Skip to Content

ຊຸມຊົນ ແລະ ການປະຕິບັດຫລັກການກົດໝາຍທ້ອງຖິ່ນ

ພວກເຮົາເຮັດວຽກຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ ແລະ ອົງການຈັດຕັ້ງທ້ອງຖິ່ນເພື່ອຮັບປະກັນຄວາມປອດໄພ, ການປະຕິບັດຕາມກົດໝາຍທ້ອງຖິ່ນ, ເພື່ອການສ້າງຄຸນຄ່າຂອງອະສັງຫາໃນໄລຍະຍາວ.
 

ການສະໜັບສະໜູນການວາງແຜນ

ພວກເຮົາຊ່ວຍເຈົ້າຂອງອະສັງຫາແລະ ຜູ້ຊື້ໃນການວາງແຜນຢ່າງຖືກຕ້ອງ, ແນະນໍາການຈັດວາງ, ແລະການປະສານງານດ້ານການພັດທະນາ.

ພວກເຮົາພັດທະນາງໂຄງສ້າງພື້ນຖານ

ການປັບປຸງການເຂົ້າເຖິງຖະໜົນຫົນທາງແລະສິ່ງອຳນວຍຄວາມສະດວກເພື່ອສະໜອງການດຳລົງຊີວິດທີ່ປອດໄພແລະຄວາມສະດວກສຳລັບຊຸມຊົນອາໃສ.

ຈຸດມຸ້ງໝາຍຂອງພວກເຮົາ
 

ພວກເຮົາມຸ່ງເນັ້ນໃນສະຖານທີທີ່ໄດ້ຄັດເລືອກຢ່າງຮອບຄອບ ເຊັ່ນ ໂຄງການດິນຈັດສັນດອນນູນ ແລະ ໂຄງການດິນຈັດສັນບ້ານຊຳເກດ ທີ່ມີຄວາມຕ້ອງການສູງ ແລະ ການຈະເລີນເຕີບໂຕຂອງໂຄງສ້າງພື້ນຖານ. ທີມງານຂອງພວກເຮົາເຮັດວຽກຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ, ລວມເຖິງເຈົ້າຂອງທີ່ດິນ, ແລະ ເຈົ້້າຫນ້າທີ່ພາກລັັດເພື່ອຮັບປະກັນຄວາມຖືກຕ້ອງດ້ານເອກະສານຂອງທູກອະສັງຫາ. 

ສິ່ງທີ່ພວກເຮົາເຮັດ

ການຂາຍແລະໃຫ້ເຊົ່າອະສັງຫາ

ຂາຍ ຫຼື ໃຫ້ເຊົ່າ ທີ່ດິນ, ເຮືອນ, ອາພາດເມັນ, ແລະ ອາຄານພານິດ ທີ່ມີໃນສະຖານທີ່ທີ່ມີເອກະສານຖືກຕ້ອງ. 

ການພັດທະນາອະສັງຫາ

ການພັດທະນາທີ່ດິນ ແລະທີ່ຢູ່ອາໄສ ທີ່ມຸ່ງເນັ້ນການກໍ່ສ້າງໂຄງສ້າງພື້ນຖານ, ການເຂົ້າເຖິງສະຖານທີທີ່ສະດວກ, ແລະ ການສ້າງຄຸນຄ່າຊຸມຊົນໃນໄລຍະຍາວ.

ການປຶກສາ - ການອອກແບບ

ການປຶກສາດ້ານການອອກແບບລະດັບມືອາຊີບ, ການວາງແຜນການອອກແບບ ແລະ ສະໜັບສະໜູນການປະສານງານກໍ່ສ້າງ.

ການບໍລິການຜູ້ຊື້

ການນຳພາຜູ້ສົນໃຈເຂົ້າຊົມອະສັງຫາ, ການປະເມີນຫລັກຊັບ, ແລະການຊ່ວຍເຫລືອເລີ່ມຕົ້ນຈົນເຖິງການເປັນເຈົ້າຂອງອະສັງຫາ. 

 ໃບຢັ້ງຢືນການເປັນເຈົ້າຂອງທີ່ດິນ

 ລາຄາທີ່ຍ່ອມເຍົາ

 ບໍ່ມີຄ່າທຳນຽມອື່ນໆທີ່ແອບແຝງ

 ສະໜັບສະໜູນຈາກຂັ້ນເລີ່ມຕົ້ນຈົນເຖິງຂັ້ນສຸດທ້າຍຂອງການເປັນເຈົ້າຂອງ. 

ນັດເບິ່ງອະສັງຫາ
ເປັນຫຍັງລູກຄ້າຈຶ່ງໄວ້ວາງໃຈພວກເຮົາ?

ພວກເຮົາເຊື່ອວ່າອະສັງຫາລິມະຊັບບໍ່ແມ່ນພຽງແຕ່ການຊື້ຂາຍທີ່ດິນ — ແຕ່ມັນແມ່ນການສ້າງຄວາມຄຸ້ມຄ່າໄລຍະຍາວ ແລະການລົງທຶນທີ່ປອດໄພ. ໂຄງການຂອງພວກເຮົາໄດ້ຖືກວາງແຜນຢ່າງລະມັດລະວັງ, ມີລາຄາທີ່ເຫມາະສົມກັບລະດັບເສດຖະກິດ, ແລະການອອກແບບເພື່ອຊີວິດທີ່ດີຂຶ້ນຢ່າງແທ້ຈິງ ເພື່ອການຈະເລີນເຕີບໂຕໃນອະນາຄົດ. ສີ່ສິ່ງຕໍ່ໄປນີ້ຄືເຫດຜົນທີ່ລູກຄ້າໃຫ້ຄວາມໄວ້ວາງໃຈເຮົາ: 

ພົບກັບທີມຂອງພວກເຮົາ

ຜູ້ຊ່ຽວຊານທີ່ມີຄວາມມຸ່ງມັ່ນ ນຳພາທຸກໂຄງການດ້ວຍປະສົບການທີ່ຫລາກຫລາຍ

ທ່ານ ເພັດນະຄອນ ນັນທະວົງ

ປະທານບໍລິສັດ

ຊີ້ນຳວິໃສທັດຂອງບໍລິສັດ, ການວາງແຜນພັດທະນາທີ່ດິນ, ແລະການດຳເນີນງານໂດຍລວມໂດຍເນັ້ນໃຫ້ຄວາມສຳຄັນກັບການເຕີບໂຕໂຄງການແບບຍືນຍົງ.

ທ່ານ ນ. ແສງສຸຣິຍາ ພອນກະເສີມສຸກ

ອຳນວຍການດ້ານການຕະຫລາດ

ຄຸ້ມຄອງການວາງແຜນການຕະຫຼາດ, ການສື່ສານກັບລູກຄ້າ, ແລະການພັດທະນາເພື່ອເຊື່ອມໂຍງຜູ້ຊື້ໄດ້ຮັບໂອກາດທີ່ແທດເໝາະກັບຄວາມພ້ອມຂອງເຂົາເຈົ້້າ. 

ທ່ານ ພຸດທະໂສມ ອິມມະນີວົງ

ຜູ້ຈັການພາກສະຫນາມ

ຈັດການປະສານງານໃນສະຖານທີ່, ການຕຽມດິນ, ແລະການດຳເນີນໂຄງການເພື່ອຮັບປະກັນຄຸນນະພາບແລະການປະຕິບັດຕາມມາດຕະຖານ.

ວິໃສທັດຂອງພວກເຮົາ

ວິໃສທັດຂອງພວກເຮົາຄືການສ້າງພື້ນທີ່ ແລະການພັດທະນາທີ່ຢູ່ອາໄສທີ່ມີການວາງແຜນຢ່າງຮອບດ້ານເພື່ອນຳມາຊຶ່ງການສ້າງຄຸນຄ່າອະສັງຫາໃນໄລຍະຍາວໃຫ້ກັບຊຸມຊົນອາໃສ.

ພວກເຮົາມຸ້ງໝາຍການຈະເລີນເຕີບໂຕ, ເປັນບໍລິສັດອະສັງຫາທີ່ໄວ້ໃຈໄດ້ໂດຍມຸ່ງເນັ້ນການພັດທະນາທີ່ມີຄວາມຮັບຜິດຊອບ, ເອກະສານທີ່ຊັດເຈນ, ແລະການຮ່ວມມືທີ່ເຂັ້ມແຂງກັບຊຸມຊົນແລະຜູ້ມີສ່ວນກ່ຽວຂ້ອງທ້ອງຖິ່ນ.​​

ການຈົດທະບຽນທາງກົດໝາຍ ແລະ ທຸລະກິດ

ບໍລິສັດເພັດຈະເລີນຊັບອະສັງຫາລິມະຊັບເປັນບໍລິສັດທີ່ຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍໃນສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ການດໍາເນີນງານຂອງພວກເຮົາແມ່ນປະຕິບັດຕາມຂໍ້ກໍານົດທ້ອງຖິ່ນທີ່ກ່ຽວຂ້ອງກັບການຕະຫຼາດອະສັງຫາ ແລະການພັດທະນາທີ່ດິນຢ່າງຖືກຕ້ອງແລະເປັນຂັ້ນຕອນ. 

ເອກະສານລົງທະບຽນຢ່າງເປັນທາງການມີໄວ້ໃຫ້ທ່ານກວດສອບເວລາທີ່ທ່ານຕ້ອງການການຢືນຢັນ. 


ພ້ອມຈະກ້າວໄປກັບພວກເຮົາໃນການພັດທະນາອະສັງຫາແລ້ວບໍ?

ຕິດຕໍ່ທີມງານຂອງພວກເຮົາເພື່ອສຳຫຼວດໂອກາດໃນການເປັນເຈົ້າຂອງທີ່ດິນ, ການພັດທະນາ, ແລະ ທຸກອະສັງຫາລິມະຊັບດ້ວຍຄວາມໝັ້ນໃຈ

ນັດເບິ່ງອະສັງຫາ

ສຳຫຼວດອະສັງຫາທັງໝົດຂອງພວກເຮົາ